Thứ ba, ngày 28 tháng 12 năm 2021 [14:30:03 (GMT+7)]

ອມມູນແນະນໍາໂດຍຫຍໍ້ກ່ຽວກັບສະຖາບັນການສຶກສາ

1. ຂໍ້ມູນທົ່ວໄປກ່ຽວກັບສະຖາບັນການສຶກສາ

ຊື່ສະຖາບັນການສຶກສາ: ມະຫາວິທະຍາໄລວິງ

ທີ່ຢູ່ເວັບໄຊທ໌: https://vinhuni.edu.vn/

​ປີສ້າງຕັ້ງ ​

1959

ຈຳນວນນັກສຶກສາ, ນັກຄົ້ນຄວ້າທັງໝົດ 

16.819

ມະຫາວິທະຍາໄລ

14,513

ຫຼັງມະມະຫາວິທະຍາໄລ

2,306

ຈໍານວນອາຈານທັງໝົດ 

556

ສາດສະດາຈານ, ຮອງສາດສະດາຈານ 

49

ປະລິຍາເອກ

293

ລະດັບອື່ນໆ 

263

 

2. ແນະນຳໂດຍສັງເຂບກ່ຽວກັບສະຖາບັນການສຶກສາ

ມະຫາວິທະຍາໄລວິງ ແມ່ນສະຖາບັນໜື່ງທີ່ເຄື່ອນໄຫວໂດຍຂື້ນກັບກະຊວງສຶກສາ ແລະ ບຳລຸງສ້າງ, ຕັ້ງຢູ່ແຂວງ ເຫງະອານ, ແມ່ນ ສະມາຊິກຂອງສະຫະພັນສະມາຄົມ CDIO ສາກົນ, ອົງກອນຮັບປະກັນຄຸນນະພາບບັນດາມະຫາວິທະຍາໄລອາຊຽນ (AUN-QA), ແມ່ນໜຶ່ງໃນ 8 ສູນກາງການບຳລຸງສ້າງ, ຍົກລະດັບວິຊາສະເພາະ ສາຍຄູຂອງຫວຽດນາມ, ແມ່ນໜຶ່ງໃນ 10 ໂຮງຮຽນທີ່ເຂົ້າຮ່ວມໂຄງການພາສາຕ່າງປະເທດແຫ່ງຊາດປີ 2020, ແລະ ມີ 1 ໃນ 7 ສູນຮັບປະກັນຄຸນນະພາບການສຶກສາແຫ່ງຊາດ ຢູມະຫາວິທະຍາໄລ. ໂຮງ ຮຽນໄດ້ຮັບການຢັ້ງຢືນແມ່ນໂຮງຮຽນທີ່ບັນລຸມາດຕະຖານດ້ານການຮັບປະກັນຄຸນນະພາບການສຶກສາ ຄັ້ງທີ 2 ໃນປີ 2017. ພາລະກໍາຂອງໂຮງຮຽນແມ່ນ ສະຖາບັນການສຶກສາກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເປັນຫຼັກແຫຼ່ງໃນການ ນຳພາພັດທະນາລະບົບການສຶກສາ ແລະ ບຳລຸງສ້າງ ຢູ່ຂົງເຂດພາກກາງຕອນເໜືອ; ແມ່ນສູນກາງຄົ້ນຄວ້າ, ປ່ຽນແປງໃໝ່ຢ່າງມີ ຫົວຄິດປະດິດສ້າງ, ປະກອບສ່ວນຊຸກຍູ້ການພັດທະນາຂອງຊາດ ແລະ ສາກົນ; ວິໄສທັດຂອງມະຫາວິທະຍາໄລແມ່ນ "ກາຍເປັນ ມະຫາວິທະຍາໄລອັດສະລິຍະ, ຖືກຈັດອັນດັບໃນ ຈໍານວນ 500 ມະຫາວິທະຍາໄລອັນດັບຕົ້ນຂອງ ອາຊີ ໃນປີ 2030, ຖືກຈັດ ອັນດັບໃນຈໍານວນ 1,000 ມະຫາວິທະຍາໄລອັນດັບຕົ້ນຂອງໂລກໃນປີ 2045".

3. ບັນດາຫຼັກສູດການຮຽນການສອນທີ່ຮັບກໍ່ສ້າງນັກສຶກສາຕ່າງປະເທດ

ປັດຈຸບັນ, ມະຫາວິທະຍາໄລວິງກໍາລັງຮັບ ແລະ ກໍ່ສ້າງນັກສຶກສາລະດັບປະລິນຍາຕີ ໃນຈໍານວນ 46 ສາຂາວິຊາ ແລະ 38 ສາຂາວິຊາລະດັບຫຼັງມະຫາວິທະຍາໄລ (ປະລິນຍາໂທ, ປະລິນຍາເອກ) ໂດຍມີບັນດາສາຂາ ຄື: ບໍລິຫານການສຶກສາ, ການເມືອງ, ກົດໝາຍ, IT ຄອມພີວເຕີ, ວິທະຍາສາດການປູກຝັງ, ບໍລິຫານເສດຖະສາດ, ບໍລິຫານທຸລະກິດ, ເສດຖະກິດການເມືອງ, ແລະ ອື່ນໆ.

4. ໂຄງລ່າງລ່າງວັດຖຸ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ນັກສຶກສາຕ່າງປະເທດ

ນັກສຶກສາຕ່າງປະເທດໄດ້ຖືກຊັບຊ້ອນໃຫ້ຢູ່ໃນຫໍພັກ 02 ຕຶກ ຊຶ່ງລວມມີທັງໝົດ 315 ຫ້ອງ ຢູ່ໃນບໍລິເວນມະຫາວິທະຍາໄລວິງສາຂາທີ່ໜື່ງ. ຫ້ອງນອນຂອງນັກສຶກສາຕ່າງປະເທດແມ່ນຫ້ອງນອນງາມ ມີເນື້ອທີ່ 30.5 m2 ສໍາລັບຄົນ 04 ຄົນ, ຮັບປະກັນຕອບສະໜອງເງື່ອນໄຂການດໍາລົງຊີວິດ ແລະ ການຮຽນໄດ້ດີທີ່ສຸດ. ບໍລິເວນຫໍພັກ   ກ້ວາງຂວາງ ປອດໂປ່ງ, ມີຕົ້ນໄມ້ຂຽວສະອຸ້ມຫຼາຍແຖວ, ມີເດີ່ນບານເຕະ, ບານຕີ, ກະຕໍ້ ແລະ ອື່ນໆ, ບັນດານັກສຶກສາຕ່າງປະເທດຈະໄດ້ຮັບການຊ່ວຍເຫຼືອຄ່າໄຟຟ້າ ແລະ ນ້ຳປະປາແຕ່ລະເດືອນ ຈໍານວນໜື່ງ.

5. ບັນດານະໂຍບາຍຊ່ວຍເຫຼືອ/ທຶນການສຶກສາໃຫ້ແກ່ນັກສຶກສາລາວ

ນັກສຶກສາທີ່ໄດ້ຮັບທຶກການສຶກສາຂອງ ລັດຖະບານ, ໂດຍອີງຕາມເນື້ອໃນຂອບການຮ່ວມມື ລະຫວ່າງ ກະຊວງສຶກສາ ແລະ ບໍາລຸງສ້າງ ແຫ່ງ ສສ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນະໂຍບາຍຕ່າງໆຈະລວມມີ: ຄ່າຄອງຊີບ, ຄ່າຮຽນ, ອຸປະກອນຮັບໃຊ້ໃນເບື້ອງຕົ້ນ, ປີ້ຍົນ, ປີ້ລົດໄຟ, ປີ້ລົດ ຕອນສົ່ງໄປຮຽນທໍາອິດ ແລະ ຕອນຈົບການສຶກສາໃນປີສຸດທ້າຍ.

ນັກສຶກສາທີ່ໄດ້ຮັບທຶນຮ່ວມມືຂອງແຂວງເຫງ້ອານສົ່ງໄປຮຽນ, ດ້ານງົບປະມານຕ່າງໆແມ່ນທາງແຂວງເຫງ້ອານເບີກຈ່າຍໃນແຕ່ລະປີ, ໃນນັ້ນຈະລວມມີ: ຄ່າຄອງຊີບ, ຄ່າຮຽນ ແລະ ອຸປະກອນຮັບໃຊ້ໃນເບື້ອງຕົ້ນ.

ນັກສຶກສາທີ່ໄປຮຽນດ້ວຍທຶນສ່ວນຕົວ, ແມ່ນເປົ້າໆໝາຍນັກສຶກສາທີ່ໄປຮຽນຕາມເນື້ອໃນບົດບັນທຶກຊ່ວຍຈໍາ ຫຼື ສັນຍາຮ່ວມມື ລະຫວ່າງ ມະຫາວິທະຍາໄລວິງ ແລະ ບັນດາພະແນກສຶກສາທິການ ແລະ ກິລາ ຂອງ ສປປ ລາວ ຫຼື ນັກສຶກສາ ຂອງບັນດາປະເທດອ້ອມຂ້າງທີ່ມີຄວາມຮຽກຮ້ອງຕ້ອງການຢາກສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລວິງ. ບັນດາຄ່າໃຊ້ຈ່າຍຕ່າງຈົນກວ່າຈະຮຽນຈົບແມ່ນນັກສຶກສາເປັນຜູ້ຮັບຜິດຊອບຈ່າຍເອງທັງໝົດ.

6. ຂໍ້ມູນອື່ນໆ

ຂໍ້ມູນລາຍລະອຽດສາມາດຄົ້ນຫາຢູ່ເວັບໄຊທ໌: https://vinhuni.edu.vn

7. ການຕິດຕໍ່ພົວພັນ

- ຊື່ ແລະ ນາມສະກຸນ: ດຣ.ຟານວັນທຽນ;

- ຕໍາແໜ່ງ: ຮອງຫົວໜ້າຫ້ອງການວິທະຍາສາດ ແລະ ການຮ່ວມມືສາກົນ, ມະຫາວິທະຍາໄລວິງ;

- ໂທລະສັບ: +84-917-012-255; ອີເມວ: dsia@vinhuni.edu.vn.

Phòng KH&HTQT